
ພ້ອມນີ້, ທ່ານ ພິຊິດ ໄຊຍະທິດ ໄດ້ໃຫ້ຮູ້ວ່າ: ຫໍພິພິທະພັນ ສິລະປະລາວ ແຫ່ງນີ້, ຖືວ່າແມ່ນຜົນງານການຜັນຂະຫຍາຍແນວ ທາງນະໂຍບາຍອັນຖືກຕ້ອງສ່ອງໃສຂອງ ພັກ-ລັດ, ຫໍພິພິທະພັນແຫ່ງນີ້ ບໍ່ເປັນພຽງສະຖານທີ່ວາງສະແດງຜົນງານສິລະປະກຳເທົ່ານັ້ນ, ແຕ່ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມຫລັງໄຫລໃນວັດທະນາທຳ, ສິລະປະອັນງົດງາມຂອງຊາວລາວ, ທັງສະແດງອອກເຖິງຄວາມມຸ່ງມານະ, ຄວາມພາກພຽນພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ ໃນການປະດິດສ້າງດ້ວຍຈິດວິນຍານ ອັນສວຍງາມ ແລະ ມີຄຸນຄ່າທາງສິລະປະຂອງລາວ, ມັນສະແດງອອກເຖິງສັກສີທາງວັດທະນະທຳ. ສິລະປະກຳ ໂດຍສະເພາະການແກະສະຫລັກໄມ້ ແມ່ນຮາກຖານສໍາຄັນໜຶ່ງຂອງວັດທະນະທໍາລາວເຮົາ, ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມງົດງາມ, ຝີມືອັນປະນີດ ລະອຽດອ່ອນ, ຄວາມສະຫລັບສັບຊ້ອນທາງວິຈິດສິນທີ່ແຝງໄປດ້ວຍຄວາມໝາຍອັນເລິກເຊິ່ງ ໄດ້ບັນຍາຍເຖິງວິຖີຊີວິດ, ຄວາມສັດທາ, ຄວາມຝັນ, ຄວາມມຸ່ງມາດປາຖະໜາຂອງຊາວລາວ ແລະ ຄວາມງົດງາມດັ່ງກ່າວນັ້ນ ໄດ້ຖືກຖ່າຍທອດ ໃຫ້ເປັນຜົນ ງານ ທີ່ສາມາດສຳຜັດ ແລະຈັບຕ້ອງໄດ້ ນະທີ່ ຫໍພິພິທະພັນ ແຫ່ງນີ້.
